ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປືນ​ໃຫຍ່​ ​​Malva 2S43 ຂອງ​ ຣັດ​ເຊຍ​ ໄດ້​ຮັບ​ການ​ພັດທະນາ​ເພີ່ມຂຶ້ນຢ່າງຕໍ່ເນື່ອງ


ປືນ​ໃຫຍ່​ ​​Malva 2S43

     ຕາມ​ແຫຼ່ງ​ຂ່າວ ອຸດສາຫະກຳ​ກາ​​ນ​ທະຫານກ່າວ​ວ່າ: ບໍລິສັດ​ໂຣ​​ສ​ເຕັກ Rostec ໄດ້​​ທົດ​ລອງ​ປືນ​ໃຫຍ່ 152​ ມມ
ມາ​ລວາ Malva SPH ຂອງ ​ຣັດ​ເຊຍ ຫຼື 2S43 Malva ໄດ້​ສຳເລັດ​ເປັນ​ປືນ​ຄົກ​ຕິດ​ລົດ​ບັນທຸກ​ລຸ້ນ​ໃໝ່​ຂອງ​ ຣັດ​ເຊຍ
ເຊິ່ງ​ມັນ​ສາມາດປະຄອງ​ຕົວ​ສູງ ແລະ ຕິດ​ຕັ້ງ​ໃສ່​ລົດ ບັດ BAZ 8X8 ລໍ້ ແລະ ໄດ້​ຮັບ​ການ​ເປີດເຜີຍ​ຄັ້ງ​ທຳ​ອິດ​ໃນ​ປີ 2019
ໂດຍ​ສຳເລັດ​ສົມບູນ​ໃນ​ປີ 2023.

     ປືນ​ໃຫຍ່ 2S43 Malva ເປັນ​ທາງ​ເລືອກ​ແທນ​ປືນ​ຄົກ​ຕິດ​ລົດ​ບັນທຸກ 2S35-1 Koalitsiya-sv ksh ມີ​ນ້ຳໜັກ
ທີ່​ເບົາ​ກວ່າ ແລະ ໂຄງ​ແບບ​ມີ​ຕີນ​ຢາງ​ເຮັດ​ໃຫ້​ສາມາດ​ແລ່ນ​ໄດ້​ດີ​ຂຶ້ນ​ກວ່າ​ເກົ່າ. ນອກຈາກ​ນີ້​, ລະບົບ​ປືນ​ໃຫຍ່​ຍັງ​ປະ​ຢັດ​ຕົ້ນ​
ທຶນ​ໃນ​ການ​ບຳລຸງ​ຮັກສາ ແລະ ໃຊ້​ງານ​ໄດ້​ຫຼາຍ​ກວ່າ​ລະບົບ​ປືນ​ໃຫຍ່​ອື່ນໆ ຂອງ​ຣັດ​ເຊຍ. ມີ​ນັກ​ຍິງ 5 ຄົນ, ມີ​ນໍ້າໜັກ 32
ໂຕນ, ຄວາມ​ຍາວ 13 ແມັດ, ລວງ​ກວ້າງ 2,75 ແມັດ, ລວງ​ຄວາມ​ສູງ 3,1 ແມັດ, ຕິດ​ຕັ້ງ​ປືນ​ຄົກ 152 ​ມມ, ໄລຍະ​ການ
​ຍິງ​ໄກ​ສຸງ​ສຸດ 24,5 ກິໂລແມັດ, ຄວາມ​ໄວ​ເວລາ​ຍິງ 7 ລູກ​ຕໍ່​ນາທີ, ລະດັບ​ຄວາມ​ສູງ 30-70 ອົງສາ, ສາມາດ​ບັນຈຸ​ລູກ
ປືນ​ໄດ້ 30 ລູກ, ລົດ​ໃຊ້​ຈັກ​ກາ​ຊວນ​ທີ່​ມີ​ພະລັງ yamz-8424-10 ດ້ວຍ​ກຳລັງ​ແຮງ​ເຄື່ອງ​ຈັກ 470 ແຮງ​ມ້າ, ສາມາດ
​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ສຸດ 80 ກິໂລແມັດ​ຕໍ່​ຊົ່ວໂມງ​ ໃນ​ທາງ​ຮາບ​ພຽງ, ລົດ​ສາມາດ​ແລ່ນ​ໄລຍະ​ທາງ 1.000 ກິໂລແມັດ
​ຕໍ່​ການ​ໃຊ້​ນ້ຳມັນ​ພຽງ​ໜຶ່ງ​ຖັງ, ສາມາດ​ຂ້າມ​ຮ່ອງ​ເລິກ​ໄດ້ 2 ແມັດ, ລົງ​ນ້ຳ​ເລິກ​ໄດ້ 1,4 ແມັດ ແລະ ຈະ​ຕິດ​ຕັ້ງ​ປືນ​ກົນ​ຂະ
ໜາດ 7,62​ ມມ ແລະ 12,7 ​ມມ. ຫ້ອງ​ຜູ້​ຂັບ​ຫຸ້ມ​ເກາະ​ຢ່າງ​ໜາ​ແໜ້ນເພື່ອ​ປົກ​ປ້ອງ​ຈາກ​ການ​ຍິງ​ດ້ວຍ​ອາວຸດ​ຂະໜາດ​
ນ້ອຍ ແລະ ເສດ​ສະ​ເກັດ​ຈາກ​ລູກປືນ​ໃຫຍ່​ເພື່ອ​ປ້ອງ​ກັນ​ຜູ້​ຂັບ ແລະ ລູກ​ທີມ​ຈາກ​ການ​ໂຈມ​ຕີ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/09/2026