
ກອງທັບອາກາດ ສະຫະລັດ ເຝິກຊ້ອມຍິງລູກສອນໄຟ LRASM ຈາກຍົນຖິ້ມລະເບີດ B-2

ລູກສອນໄຟ LRASM
ຕາມເວັບໄຊ້ ຂ່າວການທະຫານຕ່າງປະເທດ ລາຍງານວ່າ: ກອງທັບອາກາດສະຫະລັດ ປະຈຳຢູ່ປາຊີຟິກ ໄດ້ເຝິກຊ້ອມຍິງລູກ
ສອນໄຟ LRASM ເພື່ອທຳລາຍເປົ້າໝາຍທາງທະເລ ໂດຍໃຊ້ຍົນຖິ້ມລະເບີດ B-2 Spirit ທາງພາກເໜືອຂອງໝູ່ເກາະມາເຣຍນາ.
ການເຝິກຊ້ອມນີ້ກ່ຽວຂ້ອງກັບການໃຊ້ລູກສອນໄຟຕ້ານເຮືອໄລຍະໄກ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດທີ່ເພີ່ມຂຶ້ນໃນການ
ບັນລຸເປົ້າໝາຍຍຸດທະສາດພາຍໃນຂອບເຂດຂອງໄພຂົ່ມຂູ່ທີ່ອາດເກີດຂຶ້ນ. LRASM ແມ່ນລູກສອນໄຟຕ້ານເຮືອທີ່ຖືກອອກແບບ
ມາ ເພື່ອກວດຈັບ ແລະ ທຳລາຍເຮືອສູ້ຮົບຂອງສັດ ຕູໃນໄລຍະໄກ ພັດທະນາໂດຍສະຫະລັດ ມັນຖືກອະທິບາຍວ່າເປັນອົງປະກອບ
ຫຼັກຂອງການປະຕິບັດການໂຈມຕີທາງທະເລຂອງກອງທັບເຮືອ ສະຫະລັດ.
ໃນການນຳໃຊ້ LRASM ບັນຈຸໃສ່ຍົນຖິ້ມລະເບີດ B-2 Spirit ເປັນບາດກ້າວທີ່ສຳຄັນໃນການແກ້ໄຂໄພຂົ່ມຂູ່ທາງທະເລ.
ກອງທັບອາກາດ ປະຈຳຢູ່ປາຊີຟິກ ໄດ້ກ່າວວ່າ: ເຫດການນີ້ສະແດງໃຫ້ເຫັນເຖິງນະວັດຕະກຳທີ່ກ້າວໜ້າ ແລະ ເສີມສ້າງຄວາມມຸ່ງ
ໝັ້ນຂອງກອງທັບເຮືອສະຫະລັດໃນການປົກປ້ອງຜົນປະໂຫຍດຂອງຊາດ ແລະ ຮັກສາຄວາມໝັ້ນຄົງຂອງໂລກ. ພົນເອກ ເຄວີນ ບີ
ສະໄນເດີ ຜູ້ບັນຊາການກອງທັບອາກາດ ປະຈຳຢູ່ເຂດປາຊີຟິກ ກ່າວວ່າ, “ຜົນງານທີ່ໜ້າປະທັບໃຈຂອງຍົນຖີ້ມລະບີດ B-2 ຢືນຢັນ
ເປົ້າໝາຍຂອງກອງທັບເຮືອສະຫະລັດໃນການປັບໂຕ ແລະ ຄວາມສາມາດ ໃນການຕອບສະໜອງຕໍ່ສິ່ງທ້າທາຍດ້ານຄວາມປອດໄພ
ທີ່ພັດທະນາຢູ່ເລື້ອຍໆ. ໂດຍການສຸມໃສ່ການປະຕິບັດງານໂຈມຕີທາງທະເລ ພວກເຮົາສາມາດຮັກສາຄວາມໄດ້ປຽບທີ່ເດັດຂາດຕໍ່ສັດ
ຕູ, ປົກປ້ອງສິດຜົນປະໂຫຍດຂອງຊາດ. ການເຝິກຊ້ອມໄດ້ເນັ້ນໜັກເຖິງບົດບາດຄວາມສາມາດຂອງຍົນຖິ້ມລະເບີດ B-2 Spirit ໃນ
ການສະໜັບສະໜູນການປະຕິບັດງານຕໍ່ສູ້ທາງທະເລໄລຍະໄກ ທີ່ມີຄວາມແມ່ນຍຳໃນການຕອບສະໜອງຕໍ່ໄພຂົ່ມຂູ່ທາງທະເລ. ນອກ
ຈາກນີ້, ສະຫະລັດ ຍັງໄດ້ທົດລອງຂີປະນາວຸດໄຮເປີໂຊນິກ ລຸ້ນ Dark Eagle ເຊິ່ງສາມາດເຈາະລະບົບປ້ອງກັນດ້ວຍຄວາມໄວສູງ,
ເຊິ່ງຂີປະນາວຸດດັ່ງກ່າວໄດ້ຖືກຍິງອອກຈາກຖານອາວະກາດ Cape Canaveral ໃນລັດ ຟຫຼໍຣິດາ ຂອງ ສະຫະລັດ ອາເມລິກາ
ໃນທ້າຍ ເດືອນ ມີນາ 2026 ທີ່ຜ່ານມາ. ນັກວິເຄາະ ແລະ ແຫຼ່ງຂໍ້ມູນທາງທະຫານຢືນຢັນວ່ານີ້ແມ່ນອີກບາດກ້າວໜຶ່ງໃນການທົດ
ລອງລະບົບອາວຸດໄຮເປີໂຊນິກໄລຍະໄກ (LRHW) ທີ່ພັດທະນາຮ່ວມກັນໂດຍກອງທັບ ແລະ ກອງທັບເຮືອ ສະຫະລັດ, ເຊິ່ງມີຊື່ວ່າ
"Dark Eagle." ຄຸນສົມບັດທີ່ໜ້າສົນໃຈຂອງລະບົບ Dark Eagle ສາມາດຄອບຄຸມເປົ້າໝາຍໄດ້ເຖິງ ປະມານ 2.700 ກິໂລ
ແມັດ. ໄວກວ່າສຽງຫ້າເທົ່າ ບິນດ້ວຍຄວາມໄວສູງກວ່າສຽງ ຫຼື ໄວກວ່າ 5 ມັກ ຫຼື ເທົ່າກັບ 6.000 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຍາກ
ທີ່ຈະສະກັດກັ້ນໄດ້ ຈຸດເດັ່ນຂອງອາວຸດນີ້ແມ່ນການໃຊ້ຫົວເລື່ອນທີ່ເອີ້ນວ່າ Common Hypersonic Glide Body. ເມື່ອຍິງ
ແລ້ວ, ຫົວເລື່ອນຈະແຍກອອກຈາກກັນ ແລະ ເລື່ອນໄປຫາເປົ້າໝາຍດ້ວຍຄວາມໄວສູງຫຼາຍ. ຍິ່ງໄປກວ່ານັ້ນ, ມັນສາມາດປ່ຽນ ທິດ
ທາງໄດ້ຢ່າງເສລີ ເພື່ອຫຼົບຫຼີກການກວດພົບ, ເຮັດໃຫ້ມັນຍາກຫຼາຍສຳລັບລະບົບປ້ອງກັນໄພທາງອາກາດໃນປັດຈຸບັນທີ່ຈະສະກັດກັ້ນ.
ໂຄງການນີ້ຖືວ່າເປັນການເຄື່ອນໄຫວທີ່ສຳຄັນສຳລັບ ສະຫະລັດ ໃນການຍົກລະດັບຄວາມສາມາດໃນການໂຈມຕີໄລຍະໄກທີ່
ແນ່ນອນຂອງຕົນ ເພື່ອຮັກສາຄວາມສົມດຸນທາງດ້ານເຕັກໂນໂລຊີ ຂອງອຳນາດຕໍ່ກັບໂຄງການຄວາມໄວກວ່າສຽງຂອງມະຫາອຳນາດ
ອື່ນໆ. ຖ້າການທົດລອງເບື້ອງຕົ້ນເຫຼົ່ານີ້ປະສົບຜົນສຳເລັດ, ພວກເຮົາສາມາດຄາດຫວັງວ່າຈະເຫັນລະບົບນີ້ຖືກນຳໃຊ້ຢ່າງເຕັມທີ່ໃນ
ກອງທັບສະຫະລັດ ໃນອະນາຄົດອັນໃກ້ນີ້. ຂະນະດຽວກັນ, ກະຊວງປ້ອງກັນປະເທດສະຫະລັດ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມ
ມືມູນຄ່າ 399 ລ້ານໂດລາ ກັບບໍລິສັດ Raytheon Technologies ເພື່ອສືບຕໍ່ການຄົ້ນຄວ້າ ແລະ ພັດທະນາລູກສອນໄຟຈາກ
ພື້ນສູ່ອາກາດ AIM-120 AMRAAM. ໃນຂໍ້ຕົກລົງດັ່ງກ່າວໄດ້ລົງນາມໃນເດືອນ ມິຖຸນາ 2026 ມີຜົນບັງຄັບໃຊ້ຈົນຮອດເດືອນທັນ
ວາ 2027 ແລະ ກວມເອົາການອອກ ແບບ, ການວິເຄາະເບື້ອງຕົ້ນສຳ ລັບຮຸ່ນ D4 ແລະ C9 ທີ່ວາງແຜນໄວ້. ປັດຈຸບັນ ລູກສອນໄຟ
ຈາກພື້ນສູ່ອາກາດ AIM-120 AMRAAM, ຜະລິດໃນຮຸ່ນ C-8 ແລະ D-3, ແມ່ນອາວຸດສຳລັບຍົນສູ້ຮົບ 14 ລຳ ຫຼາຍໜ້າທີ່ ທີ່
ແຕກຕ່າງກັນຈາກສະຫະລັດ, ເອີຣົບ ແລະ ອາຊີ. ລູກສອນໄຟ AIM-120 AMRAAM ຫຼາຍກວ່າ 6.000 ລູກໄດ້ຖືກທົດລອງ ແລະ
ເລີ່ມການສູ້ຮົບ. ລູກສອນໄຟເຫຼົ່ານີ້ຖືກນຳໃຊ້ກັບຍົນສູ້ຮົບ F-16AM/BM Fighting Falcon ແລະ ລະບົບ NASAMS, ເຊິ່ງຂໍ້ຕົກ
ລົງນີ້ໄດ້ຮັບສະໜັບສະໜູນການພັດທະນາ AMRAAM, ເຊິ່ງໄດ້ຮັບທຶນຈາກຄູ່ຮ່ວມມືສົ່ງອອກຜ່ານໂຄງ ການ FMS. ນອກຈາກນັ້ນ,
ວຽກງານຍັງຈະສືບຕໍ່ກ່ຽວກັບການພັດທະນາລູກສອນໄຟລຸ້ນຕ່າງໆ ໃນອະນາຄົດ ເພື່ອຮັກສາບົດບາດຂອງອາວຸດລະບົບການຕໍ່ສູ້ທາງອາ
ກາດ ແລະ ການປ້ອງກັນທາງອາກາດ.
ແຫຼ່ງທີ່ມາ: ຂກທ
ວັນທີ 08/07/2026