ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລູກ​ສອນ​ໄຟ​ນຳ​ທາງໄລຍະ​ກາງ ​ລຸ້ນ R-77 ( RW-AE )


ລູກ​ສອນ​ໄຟ​ນຳ​ວິທີ​ໄລຍະ​ກາງ​ລຸ້ນ R-77 ຫຼື RVV-AE

     ຕາມ​ຂ່າວສານ ອຸດສາຫະກຳ​ການ​ທະຫານ ກ່າວ​ວ່າ: ລູກ​ສອນ​ໄຟ​ນຳ​ວິທີ​ໄລຍະ​ກາງ​ລຸ້ນ R-77 ຫຼື RVV-AE ໄດ້​
ຮັບ​ການ​ອອກ​ແບບ​ມາ​ເພື່ອ​ຕໍ່ສູ້​ກັບ​ຍົນສູ້​ຮົບ​ໂຈມ​ຕີ, ຍົນ​ຖິ້ມ​ລະເບີດ ແລະ ຍົນເຮລີ​ກົບ​ແຕ​ ຂົນສົ່ງ​ທາງ​ທະຫານ​ຂອງ​ສັດຕູ​
ໃນ​ການ​ຕໍ່ສູ້​ທາງ​ອາກາດ​ໃນ​ໄລຍະ​ກາງ, ທັງ​ກາງເວັນ ແລະ ກາງຄືນ​ໃນ​ສະພາບ​ອາກາດ​ທີ່​ປອດໂປ່ງ, ມີ​ເມກ​ໜາ ແລະ ມີ​
ຝົນຕົກ.

     ຈາກ​ທຸກ​ທິດ​ທາງ ທັງ​ພື້ນ​ດິນ ແລະ ທັງ​ທະເລ, ລູກ​ສອນ​ໄຟ​ນຳ​ທາງ ໄລຍະກາງ​ລຸ້ນ R-77 ຫຼື RVV-AE ສາມາດ
​ຕິດ​ຕັ້ງ​ໃສ່​ກັບ​ ຍົນສູ້​ຮົບ Mig-29SD ( SE, SM, M ). Su-35, Su- 37, Mig- 31M. ລູກ​ສອນ​ໄຟ​ນຳ​ທາງ​ໄລຍະ​
ກາງ​ແມ່ນ​ຜະລິດ​ຕະ​ພັນ​ຂອງ​ບໍລິສັດ Vympel NPO ແມ່ນ​ໄດ້​ຍົກ​ລະດັບ​ລູກ​ສອນ​ໄຟ​ລຸ້ນ R-77 ເພື່ອ​ເພີ່ມ​ສະມັດ​ຕະ
​ພາບ ແລະ ມີ​​ແຜນການ​ຈະ​ຕິດ​ຕັ້ງ​ນຳ​ໃຊ້​ລະບົບ​ເຕັກ​ໂນ​ໂລ​ຊີ​ນຳທິດ​ດ້ວຍ (GSN) ແສງອິນ​ຟຼາ​ເຮດ. ລູກ​ສອນ​ໄຟ​ນຳ​ທາງ
ໄລຍະ​ກາງ​ລຸ້ນ R-77 ຫຼື (RVV-AE) ລູກ​ສອນ​ໄຟ​ລຸ້ນ​ນີ້​ແມ່ນ​ໄດ້​ຕິດ​ຕັ້ງ​ຣາ​ດາ​ທີ່​ໃຊ້​ຈັບ​ສັນຍານ​ເປົ້າ​ໝາຍ​ຂອງ SN ປະ
ເພດ 9B-1348E ສາມາດ​ລັອກ​ເປົ້າ​ໝາຍ​ຢູ່​ໃນ​ໄລຍະ 20 ກິໂລແມັດ.

     ລູກ​ສອນ​ໄຟ​ມີ​ຄວາມ​ຍາວ 3,6 ແມັດ, ເສັ້ນ​ຜ່າ​ສູນ​ກາງ 200​ ມມ, ນ້ຳໜັກ 175 ກິ​ໂລກ​ຣາມ, ຄວາມ​ໄວ​ແມ່ນ
3.600 ກິໂລແມັດຕໍ່ຊົ່ວໂມງ ຫຼື ເທົ່າ​ກັບ​ຄວາມ​ໄວ​ຂອງ​ສຽງ 4 ມັກ. ໄລຍະ​ການ​ຍິງ​ສຳລັບ​ເປົ້າ​ໝາຍ​ທີ່ 80 ກິໂລແມັດ,
ຍິງ​ຈາກ​ລະດັບ​ສູງ 20 ແມັດ-25 ກິໂລແມັດ. ຖ້າ​ຫາກ​ລູກ​ສອນ​ໄຟ​ນຳ​ທາງ​ໄລຍະ​ກາງ​ໂຈມ​ຕີ​ເປົ້າ​ໝາຍ​ຢູ່​ໃນ​ໄລຍະ​ໃກ້​
ແມ່ນ​ລູກ​ສອນ​ໄຟ​ຈະ​ລັອກ​ເປົ້າ​ໝາຍ​ຕາມ​ຫຼັກການ. ນອກ​ນັ້ນ​, ລູກ​ສອນ​ໄຟ​ຍັງ​ຕິດ​ຕັ້ງ​ລະບົບ​ນຳ​ແສງ, ນຳ​ທາງ​ເພື່ອ​ເຮັດ
​ ໃຫ້ການ​ກວດ​ຈັບ​ເປົ້າ​ໝາຍ​ມີ​ຄວາມ​ຊັດ​ເຈນ​ຂື້ນ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/09/2026