
ກອງບັນຊາການທະຫານແຂວງຜົ້ງສາລີ ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ

ສະຫາຍ ພົນຕີ ຈັນດີ ສຸລີວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານກງປະຊຸມ ຄັ້ງວັນທີ 08/05/2026
ວັນທີ 8 ພຶດສະພາ 2026 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີປະກາດການແຕ່ງຕັ້ງໜ້າທີ່ຂັ້ນຮອງຫົວໜ້າຫ້ອງ
ແລະ ຫົວໜ້າພະແນກການເງິນ ຫ້ອງພະລາທິການ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລີວົງສັກ ຫົວໜ້າກົມໃຫຍ່ພະລາ
ທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ ພ້ອມພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ພູວຽງ ດາວັນນາຮັກ ຫົວໜ້າກົມເສນາພະລາ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກ
ລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງນາຍທະຫານດຳລົງຕຳແໜ່ງໃໝ່ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງພາຍໃນກອງ
ທັບກໍ່ຄືກອງບັນຊາການທະຫານແຂວງຜົ້ງສາລີ ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃນນັ້ນໄດ້ ແຕ່ງຕັ້ງ ສະຫາຍ ພັນໂທ ສົມບຸນ ສັນປະເສີດ ເປັນຮອງຫົວໜ້າຫ້ອງພະລາທິການ, ສະ
ຫາຍ ພັນໂທ ກັນຍາ ໄຊຍະວົງສາ (ອະດີດຫົວໜ້າພະແນກການເມືອງ ກົມການເງິນ) ມາເປັນ ຫົວໜ້າພະແນກການເງິນ ກອງບັນຊາການ
ທະຫານແຂວງຜົ້ງສາລີ. ພ້ອມນັ້ນ, ຍັງໄດ້ຜ່ານຄຳສັ່ງຍົກຍ້າຍ ສະຫາຍ ພັນໂທ ວົງຈັນ ວໍພະໄຊ ຫົວໜ້າພະແນກການເງິນ (ຜູ້ເກົ່າ) ໄປຮັບ
ໜ້າທີ່ໃໝ່ຢູ່ກົມການເງິນ ກົມໃຫຍ່ພະລາທິການກອງທັບ.
ໃນໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລີວົງສັກ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງຍົກສູງສະຕິຄວາມຮັບຜິດ
ຊອບ, ກຳແໜ້ນແນວທາງການເມືອງ ແລະ ຮັດແໜ້ນຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນ, ຖືເອົາຄວາມຮຽກຮ້ອງຕ້ອງ
ການຂອງຊາດ ແລະ ຄວາມສຸກຂອງປະຊາຊົນເປັນທີ່ຕັ້ງ ເພື່ອພ້ອມກັນພັດທະນາກົມກອງໃຫ້ກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ.
ແຫຼ່ງຂ່າວໂດຍ ຮ້ອຍໂທ ນາງ ສຸນາລີ ອຸ່ນວີໄຊ
ວັນທີ 13/05/2026