
ຍີ່ປຸ່ນ ເລີ່ມປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍ
ລົງສູ່ທະເລ ຮອບທີ 25
ວັນທີ 26 ຕຸລາ ນີ້, ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນ ໄດ້ເລີ່ມປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍ
ຟູຄູຊີມະເລກ 1 ລົງສູ່ທະເລ ເຊິ່ງເປັນຮອບທີ 7 ໃນສົກງົບປະມານຂອງປີນີ້ ແລະ ເປັນຮອບທີ 25 ນັບແຕ່ເດືອນສິງຫາ ປີ 2023 ເປັນຕົ້ນມາ.
ອີງຕາມຂໍ້ມູນທີ່ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນເປີດເຜີຍກ່ອນໜ້ານີ້ສະແດງໃຫ້ເຫັນວ່າ: ຕາມແຜນການແລ້ວການປ່ອຍນ້ຳປົນເປື້ອນກຳ
ມັນຕະພາບລັງສີນິວເຄລຍຮອບນີ້ຈະດຳເນີນໄປຈົນຮອດວັນທີ 13 ພະຈິກ ໜ້ານີ້ ຄາດວ່າຈະປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍ
ປະມານ 7.800 ໂຕນລົງສູ່ທະເລ. ເດືອນສິງຫາ ປີ 2023, ຍີ່ປຸ່ນ ບໍ່ເອົາຫົວຊາຕໍ່ສຽງແຫ່ງຄວາມສົງໄສ ແລະ ການຄັດຄ້ານຢ່າງຮຸນແຮງຈາກ
ປະຊາຄົມໂລກ ຢັ້ງຢືນປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍຟູຄູຊີມະເລກ 1 ລົງສູ່ທະເລ. ວັນທີ 23 ຕຸລາ ນີ້,
ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນ ໄດ້ສິ້ນສຸດການປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍ ຮອບທີ 24 ເຊິ່ງມີປະລິມານປ່ອຍນ້ຳປົນ
ເປື້ອນທັງໝົດ 188.400 ໂຕນລົງສູ່ທະເລ.
ແຫຼ່ງທີ່ມາ: ຂກທ
ວັນທີ 29/10/2026