ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ລູ​ລາ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ບຣາ​ຊິນ
ອີກ​ສະໄໝ​ໜຶ່ງ

​
ທ່ານ ລູ​ອິ​​ສ ອິ​ນາ​ຊິ​ໂອ ລູ​ລາ ດາ ຊິວ​ວາ ປະທານາທິບໍດີ​ບຣາ​ຊິນ ​ຄົນ​ປັດຈຸບັນ

     ຕາມ​ຂ່າວ ຊີ​ເອັມ​ຈີ ລາຍ​ງານ, ອີງ​ຕາມ​ຜົນ​ການ​ນັບ​ບັດ​ທີ່​ປະກາດ​ໂດຍສານ​ເລືອກ​ຕັ້ງ​ຂັ້ນ​ສູງ​ບຣາ​ຊິນ ໃນ​ຕອນ​ຄ່ຳ​ວັນ​ທີ 25 ຕຸລາ ນີ້
ສະແດງ​ໃຫ້​ເຫັນ​ວ່າ: ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ບຣາ​ຊິນ ຮອບ​ທີ 2 ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ, ທ່ານ ລູ​ອິ​​ສ ອິ​ນາ​ຊິ​ໂອ ລູ​
ລາ ດາ ຊິວ​ວາ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ແຮງ​ງານ ແລະ ປະທານາທິບໍດີ​ຄົນ​ປັດຈຸບັນ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ບຣາ
​ຊິນ ອີກ​ສະໄໝ​ໜຶ່ງ. ທ່ານ ລູ​ອິ​​ສ ອິ​ນາ​ຊິ​ໂອ ລູ​ລາ ດາ ຊິວ​ວາ ຈະ​ຂຶ້ນ​ຮັບ​ຕຳແໜ່ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ມັງກອນ 2027 ໂດຍ​ມີ​
ວາລະ 4 ປີ ແລະ ທ່ານ​ລູ​ອິ​​ສ ອິ​ນາ​ຊິ​ໂອ ລູ​ລາ ດາ ຊິວ​ວາ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ບຣາ​ຊິນ ຕິດຕໍ່​ກັນ​ເປັນ​ສະໄໝ​ທີ 4.

ແຫຼ່ງທີ່ມາ: ຂກທ
ວັນທີ 29/10/2026